ວັນທີ 01 ມີນາ 2023 ນີ້, ບໍລິສັດ ວຽງຈັນ ມໍເຕີ ມາກເກັດ ຈໍາກັດຜູ້ດຽວ Vientiane Motor Market Co.,Ltd ໄດ້ຈັດງານທົດລອງຂັບລົດ Chery Tiggo Series ໃນຮອບສື່ມວນຊົນ ແລະ ບັນດາສີລະປິນ-ນັກສະແດງ ຂຶ້ນຢູ່ບຶງທາດຫລວງ ນະຄອນຫລວງວຽງຈັນ.

ເພື່ອໃຫ້ສຳຜັດທົດລອງຄວາມທັນສະໄໝ, ຫລູຫລາຂອງລົດໃນການທົດລອງຂັບກ່ອນທີ່ຈະເປີດຂາຍຕົວຈິງໃນວັັັນທີ 4 ມີນາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ແລະ ຈະເປີດໂຕຢ່າງເປັນທາງການ ໃນວັນທີ 24 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ.

ໂອກາດນີ້, ທ່ານ ດາວວົງ ແກ້ວມະນີວົງ ປະທານບໍລິສັດ ວຽງຈັນ ມໍເຕີ ມາກເກັດ ຈຳກັດຜູ້ດຽວ ສຳພາດຕໍ່ສື່ມວນຊົນວ່າ: ລົດ Chery Tiggo ເປັນລົດທີ່ມີຄຸນນະພາບສູງກວ່າບັນດາລົດປະເພດອື່ນໆທີ່ນຳເຂົ້າມາ ເຊິ່ງໄດ້ຫັນເປັນລົດ SUV ທີ່ທັນສະໄໝ, ຫລູຫລາ ແລະ ໃນຍຸກເສດຖະກິດທີ່ນ້ຳແພງແບບນີ້ແມ່ນສາມາດຕອບໂຈດຊັດເຈນເລີຍ ເພາະໄດ້ປັບລົດໃຫ້ເປັນສອງລະບົບທັງນ້ຳມັນ ແລະ ພະລັງງານໄຟຟ້າ ໃນລົດຄັນດຽວກັນ ເພື່ອເຮັດໃຫ້ປະຢັດຂຶ້ນໃນເວລາເດີນທາງ, ໂດຍສະເພາະບັນດາພະນັກງານທີ່ໃຊ້ເດີນທາງເຮັດວຽກໃນຕົວເມືອງແມ່ນຕອບໂຈດໄດ້ດີໃນການຂັບຂີ່ ເນື່ອງຈາກຈະໃຊ້ພະລັງງານໄຟຟ້າ ທົດແທນນ້ຳມັນ ແລະ ເຮັດໃຫ້ປະຢັດຂື້ນຕື່ມ. ພ້ອມນັ້ນ ລົດ Chery ກໍ່ຈະກາຍເປັນຕົວເລືອກທຳອິດທີ່ມີຄວາມຮັບປະກັນຫລາຍກວ່າລົດຍີ່ຫໍ້ອື່ນສູງເຖິງ 150.000 ກິໂລແມັດ ເຊິ່ງມີຈຸດເດັ່ນທີ່ເປັນລົດ SUV ທີ່ນິຍົມຫລາຍທີ່ສຸດຂອງລາວເຮົາໃນຍຸກປັດຈຸບັນ.

ໃນການເປີດໂຕລົດ Chery Tiggo ຈະມີ 5 ລຸ້ນດ້ວຍກັນ, ມີບໍລິການຫລັງການຂາຍ ໂດຍມີຊ່າງທີ່ຊຳນິຊຳນານ, ມີອາໄຫລ່ກຽມພ້ອມ, ມີລະບົບກວດເຊັກທາງຄອມພິວເຕີ, ໂດຍຄາດໝາຍປີນີ້ແມ່ນຄາດວ່າຈະຂາຍໄດ້ 500 ຄັນ ແລະ ຈະຂະຫຍາຍສາຂາອອກສູູ່ ນະຄອນປາກເຊ ແຂວງຈຳປາສັກ, ສະຫວັນນະເຂດ ແລ້ວຄ່ອຍຂະຫຍາຍອອກໄປໃນທົ່ວປະເທດລາວ.

Chery ເປັນໜຶ່ງຍີ່ຫໍ້ລົດທີ່ມີຍອດຂາຍເປັນອັນດັບຕົ້ນໆຂອງສາທາລະນະລັດປະຊາຊົນຈີນ, ປັດຈຸບັນ ແມ່ນໄດ້ສົ່ງອອກໄປຈຳໜ່າຍແລ້ວ 80 ກວ່າປະເທດ ໃນທົ່ວໂລກ ແລະ ຫລ້າສຸດໄດ້ບຸກຕະຫລາດການຈຳໜ່າຍ ໃນ ສ.ປ.ປ. ລາວ ແລ້ວ. ເຊິ່ງນຳເຂົ້າທັງໝົດ 5 ລຸ້ນຄື: ທິກໂກ້ Tiggo 8 Pro e+, Tiggo 8 Pro, Tiggo 7 Pro, Tiggo 4 pro, Tiggo 2 pro, ເຊິ່ງທັງໝົດນີ້ເປັນ SUV ທຸກລຸ້ນ ແລະ ພິເສດໄປກວ່ານັ້ນສຳລັບລູກຄ້າທີ່ຈອງລ່ວງໜ້າ 10 ຄັນທໍາອິດ ຮັບໄປເລີຍ iPHONE 14 ແລະ ສິດພິເສດອີກຫລາກຫລາຍ!.

———————————————

ຈອງຂັ້ນຕ່ຳສຸດທີ່ 100USD, ລູກຄ້າທີ່ຈອງລົດ Chery ຈະໄດ້ຮັບ:

ສຳຫຼັບ Tiggo 8 Pro e+ ແຖມ iPHONE 14 PRO MAX

ສຳຫຼັບ Tiggo 8 pro ແຖມ iPHONE 14 PLUS

ສຳຫຼັບ Tiggo 7 pro ແຖມ iPHONE 14 PLUS

ສຳຫຼັບ Tiggo 4 pro ແຖມ iPHONE 14

ສຳຫຼັບ Tiggo 2 pro ຮັບສ່ວນຫລຸດ 500$

ແລະ ທຸກລຸ້ນຍັງຈະໄດ້ຮັບ:

????ຟຣີນ້ຳມັນລົດ 1.000.000 ກີບ⛽

????ຟຣີປະກັນໄພຊັ້ນ 1 ຮອບດ້ານ

????ຈົກສະຫຼາກຂອງຂວັນ

????ຟຣີຕິດຟີມຮອບດ້ານ

????ຟຣີຜ້າປູພື້ນ 1 ຊຸດ

????ກວດເຊັກເຕັກນິກສະພາບລົດ 36 ລາຍການຟຣີ

????ກວດເຊັກລົດຟຣີແຮງງານ 1 ປີ ຫຼື 20.000 ກິໂລແມັດ

????Chery Thank you Gift

———————————————

ຕິດຕໍ່ສອບຖາມຂໍ້ມູນ ໄດ້ທີ່:

☎Tel: 020 9650 6666

Chery Laos#Chery