ວັນທີ 1 ມີນາ 2023 ນີ້, ບໍລິສັດ ວຽງຈັນ ມໍເຕີ ມາກເກັດ ຈຳກັດຜູ້ດຽວ Vientiane Motor Market Co.,Ltd ໄດ້ຈັດງານທົດລອງຂັບລົດ Chery Tiggo Series ໃນຮອບສື່ມວນຊົນ ແລະ ບັນດາສີລະປິນ-ນັກສະແດງ ຂຶ້ນຢູ່ບຶງທາດຫລວງ ນະະຄອນຫລວງວຽງຈັນ, ເພື່ອໃຫ້ສຳຜັດກັບຄວາມທັນສະໄໝ, ຫລູຫລາຂອງລົດໃນການທົດລອງຂັບກ່ອນທີ່ຈະເປີດຂາຍຕົວຈິງໃນວັນທີ 4 ມີນາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ແລະ ຈະເປີດໂຕຢ່າງເປັນທາງການ ໃນວັນທີ 24 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ.

ໂອກາດນີ້, ທ່ານ ດາວວົງ ແກ້ວມະນີວົງ ປະທານບໍລິສັດ ວຽງຈັນ ມໍເຕີ ມາກເກັດ ຈຳກັດຜູ້ດຽວ ສຳພາດຕໍ່ສື່ມວນຊົນວ່າ: ລົດ Chery Tiggo ເປັນລົດທີ່ມີຄຸນນະພາບສູງກວ່າບັນດາລົດປະເພດອື່ນໆທີ່ນຳເຂົ້າມາ ເຊິ່ງໄດ້ຫັນເປັນລົດ SUV ທີ່ທັນສະໄໝ, ຫລູຫລາ ແລະ ໃນຍຸກເສດຖະກິດທີ່ນ້ຳແພງແບບນີ້ແມ່ນສາມາດຕອບໂຈດຊັດເຈນເລີຍ ເພາະໄດ້ປັບລົດໃຫ້ເປັນສອງລະບົບທັງນ້ຳມັນ ແລະ ພະລັງງານໄຟຟ້າ ໃນລົດຄັນດຽວກັນ ເພື່ອເຮັດໃຫ້ປະຢັດຂຶ້ນໃນເວລາເດີນທາງ, ໂດຍສະເພາະບັນດາພະນັກງານທີ່ໃຊ້ເດີນທາງເຮັດວຽກໃນຕົວເມືອງແມ່ນຕອບໂຈດໄດ້ດີໃນການຂັບຂີ່ ເນື່ອງຈາກຈະໃຊ້ພະລັງງານໄຟຟ້າ ທົດແທນນ້ຳມັນ ແລະ ເຮັດໃຫ້ປະຢັດຂຶ້ນຕື່ມ. ພ້ອມນັ້ນ ລົດ Chery ກໍຈະກາຍເປັນຕົວເລືອກທຳອິດທີ່ມີຄວາມຮັບປະກັນຫລາຍກວ່າລົດຍີ່ຫໍ້ອື່ນສູງເຖິງ 150.000 ກິໂລແມັດ ເຊິ່ງມີຈຸດເດັ່ນທີ່ເປັນລົດ SUV ທີ່ນິຍົມຫລາຍທີ່ສຸດຂອງລາວເຮົາໃນຍຸກປັດຈຸບັນ.

ໃນການເປີດໂຕລົດ Chery Tiggo ຈະມີ 5 ລຸ້ນດ້ວຍກັນ, ມີບໍລິການຫລັງການຂາຍ ໂດຍມີຊ່າງທີ່ຊຳນິຊຳນານ, ມີອາໄຫລ່ກຽມພ້ອມ, ມີລະບົບກວດເຊັກທາງຄອມພິວເຕີ, ໂດຍຄາດໝາຍປີນີ້ແມ່ນຄາດວ່າຈະຂາຍໄດ້ 500 ຄັນ ແລະ ຈະຂະຫຍາຍສາຂາອອກສູ່ນະຄອນປາກເຊ ແຂວງຈຳປາສັກ, ສະຫວັນນະເຂດ ແລ້ວຄ່ອຍຂະຫຍາຍອອກໄປໃນທົ່ວປະເທດລາວ.

Chery ເປັນໜຶ່ງຍີ່ຫໍ້ລົດທີ່ມີຍອດຂາຍເປັນອັນດັບຕົ້ນໆຂອງສາທາລະນະລັດປະຊາຊົນຈີນ, ປັດຈຸບັນ ແມ່ນໄດ້ສົ່ງອອກໄປຈຳໜ່າຍແລ້ວ 80 ກວ່າປະເທດ ໃນທົ່ວໂລກ ແລະ ຫລ້າສຸດໄດ້ບຸກຕະຫລາດການຈຳໜ່າຍ ໃນ ສປປ ລາວແລ້ວ. ເຊິ່ງນຳເຂົ້າທັງໝົດ 5 ລຸ້ນຄື: ທິກໂກ້ Tiggo 8 Pro e+, Tiggo 8 Pro, Tiggo 7 Pro, Tiggo 4 pro, Tiggo 2 pro, ເຊິ່ງທັງໝົດນີ້ເປັນ SUV ທຸກລຸ້ນ ແລະ ພິເສດໄປກວ່ານັ້ນສຳລັບລູກຄ້າທີ່ຈອງລ່ວງໜ້າ 10 ຄັນທຳອິດ ຮັບໄປເລີຍ IPHONE 14 ແລະ ສິດພິເສດອີກຫລາກຫລາຍ!.

ລູກຄ້າທີ່ຈອງລົດ Chery ຈະໄດ້ຮັບ:

Tiggo 8 Pro e+ ແຖມ IPHONE 14 PRO MAX

Tiggo 8 pro ແຖມ IPHONE 14 PLUS

Tiggo 7 pro ແຖມ IPHONE 14 PLUS

Tiggo 4 pro ແຖມ IPHONE 14

Tiggo 2 pro ຮັບສ່ວນຫລຸດ 500$

ແລະ ທຸກລຸ້ນຍັງຈະໄດ້ຮັບ: ຟຣີນ້ຳມັນລົດ 1.000.000 ກີບ; ຟຣີປະກັນໄພຊັ້ນ 1 ຮອບດ້ານ; ຈົກສະຫລາກຂອງຂວັນ; ຟຣີຕິດຟີມຮອບດ້ານ; ຟຣີຜ້າປູພື້ນ 1 ຊຸດ; ກວດເຊັກເຕັກນິກສະພາບລົດ 36 ລາຍການຟຣີ; ກວດເຊັກລົດຟຣີແຮງງານ 1 ປີ ຫລື 20,000 ກິໂລແມັດ; Chery Thank you Gift.

Chery Laos#Chery