ໃນວັນທີ 01 ມີນາ 2023 ຜ່ານມາ ບໍລິສັດວຽງຈັນມໍເຕີ້ ເຊິ່ງເປັນຜູ້ນຳເຂົ້າລົດຍີ່ຫໍ້ Chery ໄດ້ເປີດບູດໃຫ້ແກ່ ນັກຂ່າວຫລາຍສຳນັກເຂົ້າຊົມ ແລະ ທົດລອງຂັບ ໃນງານ PREMIERE MEDIA & KOL TEST DRIVE REVIEW ເຊິ່ງຈັດຂຶ້ນຢູ່ທີ່ ບຶ່ງທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ

ງານນີ້ບອກໄດ້ເລີຍວ່າເປັນປະສົບການທີ່ຫນ້າປະທັບໃຈ ກັບລົດໃຫຍ່ ຍີ່ຫໍ້ນີ້ຫລາຍ ບໍ່ວ່າຈະເປັນການອອກແບບລົດ ທາງໃນ ແລະ ທາງນອກ ລະບົບໃນການໃຊ້ງານດ້ວຍເຕັກໂນໂລຢີທີ່ທັນສະໄຫມເຂົ້າກັບທຸກໄວ ແລະ ມີຄວາມປອດໄພໃນການຂັບຂີ່ ທັງຍັງເປັນລົດທີ່ອອກແບບເພື່ອບໍ່ໃຫ້ທຳລາຍສິ່ງແວດລ້ອມ, ເພາະລົດ Chery ເພິ່ນໄດ້ຜະລິດແບບ ໃຊ້ນ້ຳມັນ ແລະ ເປັນທັງລົດໄຟຟ້າ ໃນໂຕດຽວກັນ

ເລື້ອງຄຸນນະພາບແມ່ນກະລັນຕີຈາກການໄດ້ຮັບລາງວັນ GOLD AWARD ແລະ ລາງວັນ PRIME GOLD AWARD ຖືກລວມເຂົ້າໃນການຄຸ້ມຄອງຄຸນນະພາບທົ່ວໂລກ

ຊ່ວງນີ້ແມ່ນທາງຮ້ານມີໂປຣໂມຊັ້ນຫລາຍຢ່າງໃຫ້ແກ່ຄົນທີ່ຢາກອອກລົດໃຫມ່

ສຳລັບທ່ານໃດທີ່ສົນໃຈ ຕ້ອງການເຂົ້າໄປເບິ່ງລົດໂຕຈິ່ງສາມາດເຂົ້າຮ່ວມງານວາງສະແດງ ລົດ Chery ໄດ້ທີ່ວຽງຈັນເຊັນເຕີ້ ວັນທີ່ 04 -12 ມີນາ 2023 ແລະ ວັນທີ່ 24 ມີນາ 2023 ທີ່ ຫໍປະຊຸມແຫ່ງຊາດ

ຫລື ເຂົ້າໄປເບິ່ງໄດ້ໃນເພຈ https://www.facebook.com/cherylao

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ່ມ ໄດ້ທີ່ເບີໂທ 020 96506666